ຈັດຝຶກອົບຮົມວຽກງານຂໍ້ມູນ-ຂ່າວສານໃຫ້ແກ່ພະນັກງານຂອງຫ້ອງການກະສິກຳ ແລະ ສິ່ງແວດລ້ອມເມືອງພີນ
ໃນຕອນເຊົ້າ ເວລາ 8 ໂມງ 30 ນາທີ ຂອງວັນທີ 13 ມັງກອນ 2026 ທີ່ຫ້ອງປະຊຸມຫ້ອງການກະສິກຳ ແລະ ສິ່ງແວດລ້ອມເມືອງພີນໄດ້ຈັດຝຶກອົບຮົມວຽກງານຂໍ້ມູນ-ຂ່າວສານໃຫ້ແກ່ພະນັກງານຂອງຫ້ອງການຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ ໂດຍເປັນປະທານຂອງທ່ານ ນາງໜູຄຳ ຫຼວຍ ຫົວໜ້າຫ້ອງການກະສິກຳ ແລະ ສິ່ງແວດລ້ອມເມືອງພີນ, ແລະ ມີຜູ້ເຂົ້າຮ່ວມທັງໝົດ 15 ທ່ານ ຍິງ 09 ທ່ານ

ໃນພິທີຄະນະຮັບຜິດຊອບການຈັດຝຶກອົບຮົມ, ໄດ້ແນະນຳກ່ຽວກັບວຽກງານຂໍ້ມູນຂ່າວສານ ເຊັ່ນ: ການເພີ່ມ ອີເມວ,ຜູ້ຮັບຜິດຊອບໃນການເຜີຍແຜ່ຂໍ້ມູນຂ່າວສານຂອງແຕ່ລະໜ່ວຍງານໃຫ້ສອດຄ່ອງກັບໂຄງປະກອບກົງຈັກການຈັດຕັ້ງຂອງຫ້ອງການກະສິກຳ ແລະ ສິ່ງແວດລ້ອມເມືອງພີນ. ດ້ານວິຊາການໄດ້ແນະນຳການຂຽນຂ່າວ,ການປັງປຸງເວັບໄຊ້ຂອງຫ້ອງການ ແລະ ແນະນຳການອັບໂຫຼດບັນດານິຕິກຳຕ່າງໆທີ່ມີຄວາມກ່ຽວພັນໃນການຈັດຕັ້ງປະຕິບັດວຽກງານກະສິກຳ ແລະ ສິ່ງແວດລ້ອມຜ່ານທາງສື່ອອນລາຍ.



ไม่มีความคิดเห็น: