ຈັດພິທີຝຶກອົບຮົມ ແນະນຳວິທີການສ້າງ, ອອກແບບ, ດັດແກ້, ປັບປຸງ ແລະ ນຳໃຊ້ແວັບບ໋ອກເກີ້ ທີ່ຫ້ອງການ ຊສ ເມືອງພີນ.




ໃນເວລາ 14 ໂມງ 00 ນາທີ  ຂອງວັນທີ 26 ທັນວາ 2019 ທາງທິມງານຂະແໜງ ແຜນການສະຖິຕິຂໍ້ມູນ ແລະ ຂ່າວສານໄດ້ຈັດຝຶກອົບຮົບ ກ່ຽວກັບ ເວັບບຼ໋ອກເກີ ແລະ ນຳໃຊ້ເວັບບຼ໋ອກເກີ້ ຈັດຂື້ນທີ່ຫ້ອງການຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມເມືອງ ພີນ ພາຍໃຕ້ການເປັນປະທານຂອງ ທ່ານ ສັງຄົມ ເນລະຄົມ ຫົວໜ້າຫ້ອງການ ຊສ ເມືອງ  ພ້ອມດ້ວຍຄະນະ ແລະ ວິຊາການຈາກຂະແໜງ ພຊສ ແລະ ວິຊາການ ຂອງເມືຶອງ 11 ທ່ານ, ຍິງ ທ່ານ. 
     ທ່ານ ພົນລະຄອນ ສຸລິວົງ ຮອງຫົວໜ້າຂະແໜງແຜນການ ສະຖິຕິຂໍ້ມູນຂ່າວສານ  ໄດ້ສະເໜີຈຸດປະສົງ ແລະ ໄດ້ຈັດພິທີຝຶກອົບຮົມ ແນະນຳ, ວິທີການສ້າງ, ອອກແບບ ປັບປຸງ ແລະ ນຳໃຊ້ເວບບ໋ອກເກີ້, ຮຽນຮູ້ວິທີການອັບໂຫຼດຮູບພາບ, ຂໍ້ມູນເອກະສານ, ດຳລັດ ແລະ ຂໍ້ຕົກລົງຕ່າງໆ ແນະ ນຳວິທີການຂຽນຂ່າວ, ການເຜີຍແຜ່ຂໍ່ມູນວຽກງານວີຊາສະເພາະທີ່ກ່ຽວຂ້ອງຂະບວນການຕ່າງໆ ລົງເວບບ໋ອກເກີ້. 



ມາຮອດເວລາ 12 ໂມງ 00 ນາທີ  ຂອງວັນທີ 27 ທັນວາ  2019.

ไม่มีความคิดเห็น:

ads
ขับเคลื่อนโดย Blogger.